ມຽນມ່າ ໃຜກໍ່ໄປໄດ້ 4 ວັນ 3 ຄືນ, ງົບຕໍ່າກວ່າ 300$

ມຽນມ່າ ໃຜກໍ່ໄປໄດ້ 4 ວັນ 3 ຄືນ, ງົບຕໍ່າກວ່າ 300$

ແຜນການເດີນທາງ 3 ເມືອງຫຼັກ

 1) ຢ່າງກຸ້ງ, 2) ບາໂກ ແລະ 3) ໄຈທີໂຍ








  • ມື້ທີ 1 ເດີນທາງ ແລະ ເຂົ້າທີ່ພັກ
  • ມື້ທີ 2 ໄຈທີໂຢ (Kyaiktiyo Pagoda  ຫຼື Golden Rock)  ແລະ ເມືອງ ບາໂກ (Bago)
  • ມື້ທີ 3 ວັດໂບຕາທາວ (Botahtaung Pagoda) ,​ Baungdawgyoke Pagoda,​ Chaukhtatgyi Buddha,​ ພະທາດຊະເວດາກອງ Shwedagon Pagoda
  • ມື້ທີ 4 ເດີນທາງກັບ

ຢ້າງກຸ້ງເປັນນະຄອນຫລວງເກົ່າຂອງມຽນມາ ແວະເປັນເມືອງທີ່ນັກທ່ອງທ່ຽວມັກເມືອງເລີ່ມຕົ້ນຂອງການທ່ອງທ່ຽວມຽນມາເພາະມີສາຍການບິນຫລາຍສາຍມາລົງເມືອງນີ້  ແລະ ຍັງເປັນເມືອງທີ່ມີສະຖານທ່ອງທ່ຽວທາງວັດທະນະທຳຫລາຍແຫ່ງ ແລະ ມີປະຊາກອນຂ້ອນຂ້າງໜາແໜ້ນພໍສົມຄວນ,​ ປະຈຸບັນມຽນມານຳໃຊ້ ສະກຸນເງີນ kyat ແລະ ມີອັດຕາແລກປ່ຽນ 1$=1, 400 Kyat

ມື້ທີ 1, ວັນທີ 01-12-2017

ການເດີນທາງຄັ້ງນີ້ແມ່ນນຳໃຊ້ສາຍການບິນນົກແອ ຈາກອຸດອນທານີ -​ກຸງເທບ ແລະ ໄທໄລອອນແອ ຈາກກຸງເທບ-ຢ່າງກຸ້ງ ເມື່ອມາຮອດສະໝາມບິນແລ້ວທຳອິດ ກ່ອນຈະເຂົ້າເມືອງເພີ່ນກໍ່ຕ້ອງປະຕິບັດຕາມທຳນຽມ ຄືການຂຽນຟອມແຈ້ງຄົນເຂົ້າເມືອງກ່ອນ ພ້ອມທັງແຈ້ງໃນກຳກັບພາສີ ຫຼັງຈາກນັ້ນກໍ່ຖືວ່າສຳເລັດ ແລະ ສາມາດເຂົ້າເມືອງຢ່າງຖືກກົດໜາຍ.




ໃບ ຕ.ມ ທີ່ໃຊ້ເພື່ອກວດຄົນເຂົ້າເມືອງ
ເມືອຜ່ານຂະບວນການກວດຄົນເຂົ້າເມືອງແລ້ວກໍ່ອອກມາກິນເຂົ້າແລງທີ່ຮ້ານອາຫານ ໃນສະໝາມບິນ
ເຂົ້າມັນໄກ່


ໝີ່ໄກ່ທອດ
ໃບບິນພ້ອມທັງສະຕິກເກີ້ຢັ້ງຢືນການເສຍພາສີຂອງລັດຖະບານ

ຫ້ອງ 3 ຄົນ ຕຽງກວ້າງດີ ໂຮງແຮມ Skyman




















---------------------------------------------------------------------------------

ມຶ້ທີ 2, ວັນທີ 02-12-2017

ມື້ນີ້ຕ້ອງໄດ້ຕື່ນແຕ່ເຊົ້າເພາະຈະຕ້ອງເດີນທາງໄກໄລຍະທາງໄປຫາວັດດະທາດອິນແຂວນ ຊື່ງຢູ່ຫ່າງຈາກ ຢ່າງກຸ້ງປະມານ 230km. ສະນັ້ນ, ຜູ້ຂັບກໍ່ເລີຍແວະພັກຮ້ານອາຫານສ່ວນລົດຊາດກໍ່ແຊບພໍໃຊ້ໄດ້ ແລະ ມີຄົນຈຳນວນຫຼາຍກໍ່ແວະພັກກິນເຂົ້າຢູ່ນີ້ຫຼາຍເຊັ່ນກັນ
ບັນຍາກາດໃນຮ້ານຕອນເຊົ້າປະມານ 6 ໂມງກໍ່ມີລູກຄ້າຫຼາຍສົມຄວນ

ໝີ່ຮຸນທະເລ ແຊບຄືກັນ

ຂົ້ວເຂົ້າໃສ່ສົ້ມໝູ ສ່ວນລົດຊາດ ແມ່ນແຊບດີ

ບ່ອນຂາຍສົ້ມຫມູ ກໍ່ມີຢູ່ີຮ້ານເລີຍ


Kyaiktiyo Pagoda

ເມື່ອມາຮອດຕົວເມືອງໄຈທິໂຢແລ້ວຄົນທີ່ຕ້ອງການຂື້ນໄປພະທາດກໍ່ຕ້ອງມາຊື້ປີ້ລົດຢູ່ບໍລິເວນນີ້ ລົດ 10ລໍ້ຄັນນື່ງສາມາດບັນຈຸຄົນໄດ້ຢ່າງຕໍ່າ 40ຄົນ ລົດຈະອອກທຸກໆ 5-10ນາທີ  ແລະຂາຍປີ້ໃນລາຄາ 2,000kyat ຖ້າຕ້ອງການນັ່ງທາງໃນຫ້ອງຂັບກໍ່ຕ້ອງຊື້ປີ້ລາຄາ 3,000kyat.​ ທຳອິດກໍ່ແແກໃຈວ່າເປັນຫຍັງລົດໂດຍສາສນີ້ຈື່ງເປັນ 10ລໍ້ ເມື່ອຂື້ນໄປກໍ່ເລີຍຮູ້ວ່າເສັ້ນທາງທີ່ຂື້ນໄປຫາພະທາດນັ້ນມີຄວາມຊັນ ແລະຄົດລ້ຽວຫລາຍເຮັດໃຫ້ຕ້ອງການລົດທີ່ມີຄວາມແຮງຈັກສູງ ລົດສ່ວນຕົວທີ່ສາມາດຂື້ນໄປໄດ້ກໍ່ມີແຕ່ພວກລົດກະບະສູງ ຫລືພວກລົດປຣາໂດ ແລນຄຸນເຊີ ເທົ່ານັ້ນ ບໍ່ເຫັນລົດເກງເລີຍ.​ 

ລົດປະຈຳທາງຂື້ນໄປວັດ Golden Rock (10 ລໍ້)


ທາງເຂົ້າໄປພະທາດມີຄົນຈຳນວນຫຼວງຫຼາຍຂື້ນມາ່ໃນແຕ່ລະມື້


ທາງເຂົ້າມີຂາຍທຸກຢ່າງ ອາຫານການກິນ, ເຄື່ອງໃຊ້ຕ່າງໆ


ໃນວັດເປັນເດີ່ນກວ້າງແບບ Open air (ໂຄດຮ້ອນ)


ປະຊາຊົນທີ່ຂື້ນມາເປັນຂະບວນໃຫຍ່



Golden rock

ພາບມູມກວ້າງຈາກ Golden temple

ນໍ້າລອດຊ່ອງ ໄດ້ຂາຍດີສຸດແຖວນີ້

ນໍ້າລອດຊ່ອງສີຂາວໄດ້ຂາຍດີ

ໝາກກ້ຽງສີສັນສົດໃສ


ແຄມທາງກໍ່ພໍມີໃຫ້ກີນຄືກັບບ້ານເຮົາ


ເມືອງ ບາໂກ (Bago)

ບາໂກເປັນອີກເມືອງນື່ງທີ່ນ່າສົນໃຈ ຊື່ງເປັນເມືອງທີ່ຫ່າງຈາກຢ່າງກຸ້ງປະມານ 70 ກິໂລ ແລະ ເປັນທາງດຽວກັນກັບ ເມືອງ ໄຈທີໂຢ , ຖ້າມີແຜນຈະເດີນທາງໄປເມືອງໄຈທີໂຢ ຢູ່ແລ້ວກໍ່ອາດຈະແວ່ເມືອງນີ້ປະມານເຄີ່ງມື້ກໍ່ໄດ້ . ເມືອງນີ້ມີສະຖານທີ່ຫຼັກ 4 ບ່ອນຖ້າເຮົາຊື້ປີ້ນື່ງກໍ່ສາມາດເຂົ້າໄດ້ 4 ບ່ອນ ໃນລາຄາ 10,000 kyat ແລະ ອາດຈະໄດ້ເສີຍຄ່າກ້ອງຖ່າຍຮູບເພີ່ມເຕີມ.
ປິ້ເຂົ້າຊົມ ເມືອງ ບາໂກ ດຽວສາມາດເຂົ້າໄດ້ 4 ບ່ອນ


ວັດສະເວມາດໍ (Shwemawdaw Pagoda)

ວັດນີ້ເປັນອິກວັດນື່ງທີ່ມີຄວາມເກົ່າແກ່ ທາງໃນເປັນເປັນພະທາດສີເຫຼືອງຄຳ ທີ່ມີຄວາມສູງເູຖິງ 114m ສ່ວນດ້ານໜ້າກໍ່ມີ ສິງໂຕຕົວໃຫຍ່ເຝົ້າຢ່າງສະງ່າ. ສ່ວນຄ່າເຂົ້າຊົມແມ່ນລວມກັບບັດຂ້າງເທີງນັ້ນ

ດ້ານຂ້າງຂອງວັດ

ສິລະປະລະອຽດ ຂາຍຢູ່ໜ້າວັດ ແລະ ມີຫຼາຍຮ້ານທີ່ຂາຍແບບນີ້

ມີຫຼາກຫຼາຍລາຍໃຫ້ເລືອກ ສ່ວນລາຄາກໍ່ແພງສົມຄວນ



ພະລາຊະວັງກາບາຊາທາດິ  (Kanbawzathadi Golden Palace)
ເປັນພະລາຊະວັງ ກະສັດ Bayinnaung ທີ່ຫຼາຍຄົນອາດຈະຮູ້ໃນເຈົ້າ ກະສັດ ບຸເຣັງນອງ ທີ່ໄດ້ສ້າງອານາຈັກທີ່ຍີ່ງໃຫຍ່ໃນເມືອງບາໂກ ແລະ ມີອິດທິພົນຫຼາຍ ໃນສະໄຫມນັ້ນ ແຕ່ພະລາຊະວັງຫຼັງເດີມນັ້ນໄດ້ຖືກໄຟໃຫມ້ທັງໜົດ ເຮັດໃຫ້ໄລຍະຕໍ່ມາລັດຖະບານມຽນມາໄດ້ສ້າງພະລາຊະວັງຈຳລອງຫຼັງນີ້ຂື້ນມາໂດຍສ້າງໃສ່ຕຳແໜ່ງເດີມ ເພື່ອເປັນສີ່ງທີ່ເຮັດໃຫ້ມຽນມາ ໄດ້ເຫັນເຖິງຄວາມຍີ່ງໃຫຍ່ຂອງພະລາຊະວັງ.
ຖ່າຍຈາກດ້ານໜ້າ ແລະ ແດດແຮງເກີນໄປ



ດ້ານໃນທີ່ອະນຍາດໃຫ້ສາມາດຖ່າຍຮູບໄດ້




ຫຼັງຈາກທີ່ເມື່ອຍຈາກການເດີນທາງຕໍ່ໄປກໍ່ຈະໄປກິນເຂົ້າທີ່ຮ້ານອາຫານຈີນໃນເມືອງ ຢ່າງກຸ້ງ ມີ ຊື່ວ່າ ຮ້ານ 999
ສ່ວນອາຫານກໍ່ມີເມນູຫຼາກຫຼາຍ ແລະ ລົດຊາດກໍ່ແຊບ


ຂົ້ວຜັກຕາມສະບັບອາຫານຈີນ






Mala ແຊບ




























---------------------------------------------------------------------------------------------

ມື້ທີ 3, ວັນທີ 03-12-2017

ວັດໂບດາທາວ (Botahtaung Pagoda)




ວັດນີ້ເປັນອີກວັດນື່ງທີ່ຄົນທ້ອງຖີ່ນ ແລະ ນັກທ່ອງທ່ຽວຈຳນວນຫຼາຍໄດ້ແວ່ເຂົ້າມາຊົມຄວາມງາມຂອງວັດຢ່າງຫຼວງຫຼາຍ ແລະ ບາງຄັ້ງກໍ່ໄດ້ລຽນຄິວຍາວ. ສະນັ້ນ, ຄວນມາແຕ່ເຊົ້າຈະເປັນການດີທີ່ສຸດ






ແກະສະລັກແຜ່ນຄຳແທ້




ຕາມຄວາມເຊື່ອຂອງຄົນທ້ອງຖີ່ນບອກວ່າ ການມາບູຊາ ເພື່ອຂໍພອນ ຫຼື ມາບະທີ່ວັດ ໂບຕາທາວ ນີ້ແມ່ນໃຫ້ກະກຽມເອົາດອກໄມ້ 1 ພວງ ເງີນ 2 ໃບ ແລະ ໃນເວລາເຂົ້າມາບູຊາກໍ່ແມ່ນໃຫ້ເອົາພວງດອກໄມ້ຫ້ອຍໃສ່ແຂນຂອງເພີ່ນ, ເງີນ 2 ໃບໃສ່ໃນມືຂອງເພີ່ນພ້ອມທັງ ເອົາໜ້າຜາກຂອງຕົນໄປຕິດກັບນິ້ວຊີ້ຂອງເພີ່ນ ຫຼັງຈາກນັ້ນກໍ່ໃຫ້ຂໍພອນ ຫຼື ບະເອົາໃນສີ່ງທີ່ຕົນເອງປາຖະນາ ເມື່ອສຳເລັດແລ້ວກໍ່ໃຫ້ຖອດເອົາເງີນ ອອກ 1 ໃບ ແລະ ຄ້າງໄວ້ກັບມືຂອງເພີ່ນ 1 ໃບ ກໍ່ຖືວ່າ ສຳເລັດ.


ຫຼັງຈາກອອກມາຈາກວັັດໂບຕາທາວແລ້ວ ດ້ານໜ້າຂອງວັດຍັງມີ ສະຖານທີ່ສັກສິດອີກບ່ອນນື່ງທີ່ຄົນສ່ວນຫຼາຍນິຍົມໄປ ຊື່ງຫຼາຍຄົນທີ່ຄວາມເຊື່ອວ່າຖ້າໄດ້ໄປຊື່ມຂໍພອນອະທິຖານໃສ່ຫູພະອົງນີ້ (ເປັນຜູ້ຍິງ) ກໍ່ຈະໄດ້ສົມຫວັງໃນສີ່ງທີ່ຕົນຂໍ ຫຼຶ ທີ່ຫຼາຍຄົນຮູ້ໃນການ "ການບະ" ນັັ້ນເອງ


ເຄຶ່ອງບູຊາທີ່ນຳມາບະສ່ວນຫຼາຍ

Chauk-htat-gyi Buddha Temple

ຫຼາຍຄົນບອກວ່າພຣະນີ້ເປັນພາທີ່ມີຕາຫວານ ແລະ ຕາງາມ 



Bogyoke Market (Scott market)












Shwedagon Pagoda

ເປັນວັດທີ່ມີສະລະປະທີ່ສວຍງາມ ແລະ ເປັນຈຸດເດັ່ນໃນເມືອງ ຢ່າງກຸ້ງ ເປັນວັດທີ່ມີຄວາມສູງ 98m ຢູ່ຈອມພະທາດນຳໃຊ້ເມັດເພັດ 1 ກ້ອນປະດັບ ແລະ ສາມາດຮຸ່ງເປັນແສງ 7 ສີຈາກການສະທ້ອນຂອງໄຟທີ່ຖືກສາດແສງໃສ່, ພະທາດນີ້ ມີອາຍຸ ຫຼາຍກວ່າ 2500 ປິ ແຕ່ໃນປະຈຸບັນຖ້າສັງເກດດີກໍ່ຈະສາມາດເບີ່ງໄດ້ວ່າພະທາດນັ້ນມີຄວາມອ່ຽງ ເນື່ອງຈາກຖືກການກະທົບຈາກແຜ່ນດິນໄຫວ ຫຼາຍຄັ້ງໃນໄລຍະຜ່ານມາ. 

ໃນວັດນີ້ນອກຈາກນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາຊົມຄວາມສວຍງາມຂອງພະທາດແລ້ວ ປະຊາຊົນທ້ອງຖີ່ນກໍ່ເຄົາລົບບູຊາເປັນຈຳນວນຫຼາຍ. ນອກຈາກນັ້ນ, ກໍ່ຍັງມີຄົນຈຳນວນຫຼາຍມາອາສາອະນາໄມພື້ນຂອງວັດໃຫ້ສະອາດເປັນໄລຍະໄລຍະ. 

ສຳລັບເວລາທີ່ເໜາະສົມໃນການເຂົ້າຊົມແນະນຳວ່າຄວນມາລ່ວງກ່ອນຄ້ອຍຄໍ່າກ່ອນຕາເວັນຕົກດິນ ແລະ ຢູ່ຍາວໄປຈົນຮອດຄໍ່າ ເນື່ອງຈາກເຮົາຈະໄດ້ເຫັນຄວາມແຕກຕ່າງໃນ 3 ໄລຍະຊ່ວງເວລາ ຄື: ຊ່ວງແສງແດດ, ຊ່ວງທ້ອງຟ້າເປັນສີອອກມ່ວງ ແລະ ຊ່ວງຄໍ່າທີ່ມີໄຟຫຼາຍ ກໍ່ຈະໄດ້ຄົນລະອາລົມ. 







ວັດສະເວດາກ໋ອງ

ວັດສະເວດາກ໋ອງ

ວັດສະເວດາກ໋ອງ


















































































































------------------------------------------------------------------------------------------------------------------------------------------------

ມື້ທີ 4, ວັນທີ 04-12-2017

ອາຫານເຊົ້າ ແບບບຸບເຟ່ ຂອງໂຮງແຮມ 

Check-in counter


ສະໝາມບິນນານາຊາດຢ່າງກູ້ງ















ງົບປະມານ 



Comments

Popular posts from this blog

Check in (ແຈ້ງປີ້) ການບິນລາວ ງ່າຍໆ ຜ່ານໂທລະສັບມືຖື

5 ເທັກນິກ ສຳລັບຄົນງົບໜ້ອຍ ແຕ່ຢາກທ່ຽວຕ່າງປະເທດ