Check in (ແຈ້ງປີ້) ການບິນລາວ ງ່າຍໆ ຜ່ານໂທລະສັບມືຖື
Check in (ແຈ້ງປີ້) ການບິນລາວ ງ່າຍໆ ຜ່ານໂທລະສັບມືຖື
Disclosure: ຂໍ້ມູນນີ້ມາຈາກປະສົບການເດີນທາງຕົວຈີງ ແລະ ເພື່ອເປັນຂໍ້ມູນໃຫ້ແກ່ນັກເດີນທາງ ຊີ່ງບໍ່ໄດ້ກ່ຽວຂ້ອງ ຫຼື ການສະນັບສະໜູນໃດໆຈາກສາຍການບິນ
ຈາກບໍລິການໃໝ່ຂອງ ການບິນລາວ, ປະຈຸບັນນີ້ ທ່ານຜູ້ໂດຍສານ ສາມາດແຈ້ງປີ້ເຮືອບິນຂອງທ່ານໄດ້ຢ່າງສະດວກສະບາຍ ຈາກໂທລະສັບມືຖືຂອງທ່ານ ຊື່ງສາມາດແຈ້ງປີ້ກ່ອນລ່ວງໜ້າພາຍໃນ 24ຊົ່ວໂມງ ກ່ອນການເດີນທາງ ຈົນເຖິງ 45 ນາທີ ກ່ອນເວລາເດີນທາງ ແລະ ສາມາດແຈ້ງໄດ້ທັງປີ້ໂດຍສານ ພາຍໃນ ແລະ ຕ່າງປະເທດ.ນີ້ແມ່ນຕົວຢ່າງການແຈ້ງປີ້ໂດຍສານຜ່ານໂທລະສັບມືຖື iPhone ລະບົບ iOS ຕາມລາຍລະອຽດດັ່ງນີ້:
ຂໍ້ມູນການເດີນທາງ
ສາຍການບິນ: ລາວ ແອລາຍ ຖ້ຽວບິນ: QV0105ເສັ້ນທາງ: ວຽງຈັນ-ຫຼວງພະບາງ ວັນທີ: 22/11/2017
ໄລຍະເວລາ: 35 ນາທີ (ບິນຕົວຈິງ) ເຮືອບິນ: Airbus 320
ອອກເດີນທາງ: 13:00 ມາຮອດ: 13:45
ເລກບ່ອນນັ່ງ: 5A ຊັ້ນ: ປະຢັດ (Economy Class)
ວິທີການແຈ້ງປີ້
1) ດາວໂຫຼດແອັບ ການບິນລາວ ຈາກ Apps Store ແອັບມີຊື່ວ່າ: Lao airlines2) ເຂົ້າໄປທີ່ Apps Lao airlines ແລ້ວປະຕິບັດຕາມຂັ້ນຕອນ
3) ຫຼັງຈາກເຂົ້າ Apps Lao airlines ແລ້ວເລືອກເມນູ Check in ແລະ ຈະຕ້ອງນຳຕົວເລກລະຫັດຂອງການຈອງ ທີ່ມີໃນປີ້ເຮືອບິນຂອງທ່ານ
4) Apps ຈະສະແດງລາຍລະອຽດຂອງການເດີນທາງ ໃຫ້ເລືອກໄປທີ່ຊື່ຂອງຜູ້ໂດຍສານ ຫຼັງຈາກນັ້ນ ຄຣິກ Confirm & Continue
![](https://blogger.googleusercontent.com/img/b/R29vZ2xl/AVvXsEhXF2WWR1UoH-N9l0-hPVNdmoeDu74Of6yJDCVeLrB9E-GuvUK2y9cPr5DZo57NTnd40zXYHPb5kfu7rJU8zZOxgupZDHjQ0gxUSf-bb4gm_841yuISZj2aK9Ih_I0-Fy4ZEWE823cuDpI/s320/0011.png)
5) ໃສ່ຂໍ້ມູນ ອີເມວ ແລະ ເບີໂທລະສັບ
6) ເລືອກບ່ອນນັ່ງ ແລ້ວ ຄຣິກ Confirm
7) ສະແດງການສັງລວມຂໍມູນການເດີນທາງ ເພື່ອຢືນຢັນ
8) ການແຈ້ງປີ້ສຳເລັດ ກໍ່ຈະເປັນ Boarding pass ມາ ແລະ ຍັງສົ່ງເຂົ້າອີເມວ ອີກດ້ວຍ
9) ການຈາກການແຈ້ງປີ້ສຳເລັດແມ່ນເຂົ້າໄປກວດ ອີເມວຂອງທ່ານ ແລ້ວພີມ Boarding pass ອອກມາ ແລ້ວ ນຳໄປແຈ້ງ ພະນັກງານ ພ້ອມດ້ວນໜັງສືເດີນທາງ ເຊັ່ນ: ບັດປະຈຳຕົວ ຫຼື ພັສປອດ ເພື່ອສົ່ງກະເປົາ (ໃນກໍລະນີທີ່ທ່່ານມີກະເປົາໃຫຍ່, ຖ້າຜູ້ໂດຍສານບໍ່ມີເຄື່ອງຕ້ອງສັ່ງ ກໍ່ໄປຫາຫ້ອງກວດກາຄວາມປອດໄຟໄດ້ເລີຍ.
Comments
Post a Comment