Review ສາຍການບິນ ໄທ ໄລອອນແອ (Thai Lion Air)

Review ສາຍການບິນ ໄທ ໄລອອນແອ (Thai Lion Air)


ສາຍການບິນ ໄທ ໄລອອນ ແອ ເປັນສາຍການບິນລາຄາປະຢັດ (Low cost Airlines) ທີ່ມີສາຍການບິນຫຼັກມາຈາກ ສາຍການບິນ ໄລອອນ ແອ ທີ່ເລີ່ມສ້າງຕັ້ງຂື້ນໃນປີ 1999 ແລະມີຖານການຂົນສົ່ງຫຼັກຢູ່ທີ່ປະເທດອິນໂດເນເຊຍ ປະຈຸບັນ ໄທໄລອອນແອ ມີສູນກາງການຂົນສົ່ງທີ່ ສະໝາມບິນດອນເມືອງ, ກຸງເທບ ແລະ ມີເສັ້ນທາງບິນພາຍໃນປະເທດ ຈຳນວນ 12 ຕົວເມືອງ ແລະ ບິນໃນຂົງເຂດອາຊີ, ຕະເວັນອອກກາງ ແລະ ອົດສະຕາລີ ລວມທັງໜົດ ຫຼາຍກວ່າ 30 ແຫ່ງ.

ສາຍການບິນນີ້ ອະນຸຍາດໃຫ້ຜູ້ໂດຍການນຳເອົາປະເປົາເດີນທາງໄປນຳ ຈຳນວນ 10 ກິໂລ ສຳລັບເສັ້ນທາງພາຍໃນປະເທດ ທີ່ອອກປີ້ຫຼັງ ວັນທີ 1/12/2017 ກ່ອນນັ້ນແມ່ນຈະໄດ້ຮັບນໍ້າໜັກຟີ 15kg  ແລະ 20kg ສຳລັບເສັ້ນທາງຕ່າງປະເທດ
ພ້ອມທັງກະເປົາເຄື່ອງຫິ້ວຂື້ນຍົນຕື່ມອີກຄົນລະ 7kg ແລະ ອຸປະກອນການກິລາອີກ 15kg ຟີ ຖ້າກາຍຈາກນັ້ນ ແມ່ນຈຳເປັນຕ້ອງຈ່າຍເງີນເພີ່ມອີງຕາມນໍ້າໜັກຕົວຈີງ.



ຂໍ້ມູນນນໍ້າໜັກກະເປົາ


ຜູ້ໂດຍສານສາມາດແຈ້ງປີ້ ອອນລາຍດ້ວຍຕົນເອງໄດ້ຜ່ານ Web Check in ຫຼື ຜ່ານມືຖື ກ່ອນເວລາເດີນທາງ 24h ຈົນຮອດເວລາ 4h ກ່ອນເດິນທາງ ຖ້າຫາກມີກະເປົາທີ່ຈະເປັນກະເປົາຝາກລົງກ້ອງຍົນກະຄວນໄປເຖີງສະໝາມບິນກ່ອນປະມານ 1h. 

ສ່ວນໃນເວລາເດີນທາງຕົວຈີງແມ່ນຈະບໍ່ມີການບໍລິການອາຫານ ແລະ ເຄື່ອງດື່ມຟີ ແຕ່ຜູ້ໂດຍສານສາມາດສັ່ງຊື້ໄວ້ກ່ອນລ່ວງໜ້າໃນເວລາຈອງປີ້ໄດ້ ແຕ່ຢູ່ເທີງເຮືອບິນກໍ່ຈະມີພວກເຄື່ອງທີ່ລະນຶກ, ເຄື່ອງດື່ມ ແລະ ເຂົ້າໜົມສຳເລັດຮູບໄວ້ຈຳໜ່າຍໃຫ້ຜູ້ໂດຍສານທີ່ບໍ່ໄດ້ຈອງເມນູອາຫານລ່ວງໜ້າໄວ້ເຊັ່ນກັນ.

ຖ້ຽວບິນນີ້ນຳໃຊ້ເຮືອບິນ ລຸ້ນ ໂບອີ້ງ 737-900ER ເປັນບ່ອນນັ່ງລາຄາປະຢັດທັງໜົດ ສາມາດບັນຈຸຜູ້ໂດຍສານໄດ້ ຈຳນວນ 196 ຄົນ ສຳລັບພື້ນທີ່ການວາງຂາ ກໍ່ເປັນພື້ນທີ່ມາດຕະຖານ ປະມານ 31” ຫຼື ອາດຈະຂ້ອນຂ້າງແຄບສຳລັບບາງຄົນ ແຕ່ສຳລັບຂ້າພະເຈົ້າແມ່ນຖືວ່າພື້ນທີ່ໂອເຄແລ້ວ.
seat map

ຂໍ້ມູນການເດີນທາງ
ຖ້ຽວບິນ:         SL201 (Low cost)
ເສັ້ນທາງ:           ຢ່າງກຸ້ງ(ມຽນມາ)-ກຸງເທບ                                     
ວັນທີ:              04/12/2017
ໄລຍະເວລາ:        01h 10m                                            
ເຮືອບິນ:            Boeing 737-900ER
ເດີນທາງ:           10:30-12:10                                             
ເລກບ່ອນນັ່ງ:       9D                                        
ຊັ້ນ:                ປະຢັດ  (Economy Class)

ບລິການໃຫມ່



ໝາຍເຫດ: ຂໍ້ມູນນີ້ມາຈາກປະສົບການເດີນທາງຕົວຈີງ ແລະ ເພື່ອເປັນຂໍ້ມູນໃຫ້ແກ່ນັກເດີນທາງ ຊີ່ງບໍ່ໄດ້ກ່ຽວຂ້ອງ ຫຼື ການສະນັບສະໜູນໃດໆຈາກສາຍການບິນ



Comments

Popular posts from this blog

Check in (ແຈ້ງປີ້) ການບິນລາວ ງ່າຍໆ ຜ່ານໂທລະສັບມືຖື

ມຽນມ່າ ໃຜກໍ່ໄປໄດ້ 4 ວັນ 3 ຄືນ, ງົບຕໍ່າກວ່າ 300$

5 ເທັກນິກ ສຳລັບຄົນງົບໜ້ອຍ ແຕ່ຢາກທ່ຽວຕ່າງປະເທດ