Posts

Showing posts from 2017

Review ສາຍການບິນ ໄທ ໄລອອນແອ (Thai Lion Air)

Image
Review ສາຍການບິນ ໄທ ໄລອອນແອ ( Thai Lion Air) ສາຍການບິນ ໄທ ໄລອອນ ແອ ເປັນສາຍການບິນລາຄາປະຢັດ (Low cost Airlines) ທີ່ມີສາຍການບິນຫຼັກມາຈາກ ສາຍການບິນ ໄລອອນ ແອ ທີ່ເລີ່ມສ້າງຕັ້ງຂື້ນໃນປີ 1999 ແລະມີຖານການຂົນສົ່ງຫຼັກຢູ່ທີ່ປະເທດອິນໂດເນເຊຍ ປະຈຸບັນ ໄທໄລອອນແອ ມີສູນກາງການຂົນສົ່ງທີ່ ສະໝາມບິນດອນເມືອງ, ກຸງເທບ ແລະ ມີເສັ້ນທາງບິນພາຍໃນປະເທດ ຈຳນວນ 12 ຕົວເມືອງ ແລະ ບິນໃນຂົງເຂດອາຊີ, ຕະເວັນອອກກາງ ແລະ ອົດສະຕາລີ ລວມທັງໜົດ ຫຼາຍກວ່າ 30 ແຫ່ງ. ສາຍການບິນນີ້ ອະນຸຍາດໃຫ້ຜູ້ໂດຍການນຳເອົາປະເປົາເດີນທາງໄປນຳ ຈຳນວນ 10 ກິໂລ ສຳລັບເສັ້ນທາງພາຍໃນປະເທດ ທີ່ອອກປີ້ຫຼັງ ວັນທີ 1/12/2017 ກ່ອນນັ້ນແມ່ນຈະໄດ້ຮັບນໍ້າໜັກ ຟີ 15kg   ແ ລະ 20kg  ສຳລັບເສັ້ນທາງຕ່າງປະເທດ ພ້ອມທັງກະເປົາເຄື່ອງຫິ້ວຂື້ນຍົນຕື່ມອີກຄົນລະ 7kg ແລະ ອຸປະກອນການກິລາອີກ 15kg ຟີ ຖ້າກາຍຈາກນັ້ນ ແມ່ນຈຳເປັນຕ້ອງຈ່າຍເງີນເພີ່ມອີງຕາມນໍ້າໜັກຕົວຈີງ. ຂໍ້ມູນນນໍ້າໜັກກະເປົາ ຜູ້ໂດຍສານສາມາດແຈ້ງປີ້ ອອນລາຍດ້ວຍຕົນເອງໄດ້ຜ່ານ Web Check in ຫຼື ຜ່ານມືຖື ກ່ອນເວລາເດີນທາງ 24h ຈົນຮອດເວລາ 4h ກ່ອນເດິນທາງ ຖ້າຫາກມີກະເປົາທີ່ຈະເປັນກະເປົາຝາກລົງກ້ອງຍົນກະຄວນໄປເຖີງສະໝາມບິນກ່ອນປະມານ 1...

Check in (ແຈ້ງປີ້) ການບິນລາວ ງ່າຍໆ ຜ່ານໂທລະສັບມືຖື

Image
Check in (ແຈ້ງປີ້)  ການບິນລາວ ງ່າຍໆ ຜ່ານໂທລະສັບມືຖື Disclosure:  ຂໍ້ມູນນີ້ມາຈາກປະສົບການເດີນທາງຕົວຈີງ ແລະ ເພື່ອເປັນຂໍ້ມູນໃຫ້ແກ່ນັກເດີນທາງ ຊີ່ງບໍ່ໄດ້ກ່ຽວຂ້ອງ ຫຼື ການສະນັບສະໜູນໃດໆຈາກສາຍການບິນ ຈາກບໍລິການໃໝ່ຂອງ ການບິນລາວ, ປະຈຸບັນນີ້ ທ່ານຜູ້ໂດຍສານ ສາມາດແຈ້ງປີ້ເຮືອບິນຂອງທ່ານໄດ້ຢ່າງສະດວກສະບາຍ ຈາກໂທລະສັບມືຖືຂອງທ່ານ ຊື່ງສາມາດແຈ້ງປີ້ກ່ອນລ່ວງໜ້າພາຍໃນ 24ຊົ່ວໂມງ ກ່ອນການເດີນທາງ ຈົນເຖິງ 45 ນາທີ ກ່ອນເວລາເດີນທາງ ແລະ ສາມາດແຈ້ງໄດ້ທັງປີ້ໂດຍສານ ພາຍໃນ ແລະ ຕ່າງປະເທດ. ນີ້ແມ່ນຕົວຢ່າງການແຈ້ງປີ້ໂດຍສານຜ່ານໂທລະສັບມືຖື iPhone ລະບົບ iOS ຕາມລາຍລະອຽດດັ່ງນີ້: ຂໍ້ມູນການເດີນທາງ ສາຍການບິນ:        ລາວ ແອລາຍ                        ຖ້ຽວບິນ:          QV0105 ເສັ້ນທາງ:               ວຽງຈັນ-ຫຼວງພະບາງ             ວັນທີ:             22/11/2017 ໄລຍະເວລາ:           35 ນາທີ ...

5 ເທັກນິກ ສຳລັບຄົນງົບໜ້ອຍ ແຕ່ຢາກທ່ຽວຕ່າງປະເທດ

5 ເທັກນິກ ສຳລັບຄົນງົບໜ້ອຍ ແຕ່ຢາກທ່ຽວຕ່າງປະເທດ 1. ປີ້ຍົນ ຊອກຫາປີ້ຍົນລາຄາຖືກໄວ້ກ່ອນລ່ວງໜ້າໂດຍສະເພາະແມ່ນ ສາຍການບິນລາຄາປະຢັດ ( Low cost airline)   ເຊັ່ນ: ແອ ເອເຊຍ ( Air Asia), ໄລອອນແອ( Lion Air)   ແລະ ອື່ນໆ ຕົວຢ່າງ ໃນຮູບລຸ່ມນີ້ 2. ທີ່ພັກ ທີ່ພັກສ່ວນຫຼາຍມີຫຼາຍລະດັບ ສະນັ້ນ , ການໄປທ່ຽວແບບປະຢັດງົບທີ່ສຸດຄຶ ເລືອກທີ່ພັກທີ່ບໍ່ແພງຫຼາຍ ແລະ ຢູ່ໃຈກາງເມຶືອງທີ່ບໍ່ໄກຈາກບ່ອນກິນ ຫຼື ສະຖານທີທ່ອງທ່ຽວ ເພື່ອຄວາມສະດວກ ແລະ ສາມາດຍ່າງໄປເອງໄດ້ , ບາງຄັ້ງອາດຈະເລືອກເປັນທີ່ພັກປະເພດ Hostel ທີ່ອາດຈະເປັນຕຽງ 2 ຊັ້ນ ຫຼື Capsule ທີ່ສາມາດພັກນຳກັນຫຼາຍຄົນໃນຫ້ອງດຽວກັນໄດ້ ແຕ່ ທີ່ພັກແບບນີ້ສ່ວນຫຼາຍເພີ່ນຈະຄິດໄລ່ເປັນລາຍບຸກຄົນ ບໍ່ໄດ້ຄີິດໄລ່ເປັນຫ້ອງ. 3. ອາຫານ ອາຫານບໍ່ຈຳເປັນຕ້ອງແມ່ນອາຫານລະດັບຮ້ານອາຫານຈື່ງຈະແຊບ ບາງຄັ້ງອາຫານທີ່ຂາຍຕາມແຄມທາງກໍ່ແຊບພໍທີ່ຈະເຮັດໃຫ້ເຮົາມ່ວນຊື່ນກັບການກິນ ແລະ ເຂົ້າເຖິງວີຖີການດຳລົງຊີວິດຂອງສະຖານທີນັ້ນໆ ສະນັ້ນ , ອາຫານອາດຈະກິນອາຫານແຄມທາງ ບາງຄາບກໍ່ສະຫຼັບໄປກິິນອາຫານໃນຮ້ານອາຫານກໍ່ໄດ້. 4. ການເດີນທາງ ນຳໃຊ້ລົດສາທາລະນະ ເຊັ່ນ: ລົດເມ , ລົດໄຟຟ້າໃຕ້ດິນ ແລະ ອື່ນໆ ຫຼີກລ່ຽງການນຳໃຊ້ລົດແທັກຊີ...