Posts

Showing posts from 2018

ມຽນມ່າ ໃຜກໍ່ໄປໄດ້ 4 ວັນ 3 ຄືນ, ງົບຕໍ່າກວ່າ 300$

Image
ມຽນມ່າ ໃຜກໍ່ໄປໄດ້ 4 ວັນ 3 ຄືນ, ງົບຕໍ່າກວ່າ 300$ ແຜນການເດີນທາງ 3 ເມືອງຫຼັກ  1) ຢ່າງກຸ້ງ, 2) ບາໂກ ແລະ 3) ໄຈທີໂຍ ມື້ທີ 1 ເດີນທາງ ແລະ ເຂົ້າທີ່ພັກ ມື້ທີ 2 ໄຈທີໂຢ (Kyaiktiyo Pagoda  ຫຼື  Golden Rock)   ແລະ ເມືອງ ບາໂກ (Bago) ມື້ທີ 3 ວັດໂບຕາທາວ (Botahtaung Pagoda) ,​ Baungdawgyoke Pagoda,​ Chaukhtatgyi Buddha,​ ພະທາດຊະເວດາກອງ Shwedagon Pagoda ມື້ທີ 4 ເດີນທາງກັບ ຢ້າງກຸ້ງເປັນນະຄອນຫລວງເກົ່າຂອງມຽນມາ ແວະເປັນເມືອງທີ່ນັກທ່ອງທ່ຽວມັກເມືອງເລີ່ມຕົ້ນຂອງການທ່ອງທ່ຽວມຽນມາເພາະມີສາຍການບິນຫລາຍສາຍມາລົງເມືອງນີ້  ແລະ ຍັງເປັນເມືອງທີ່ມີສະຖານທ່ອງທ່ຽວທາງວັດທະນະທຳຫລາຍແຫ່ງ ແລະ ມີປະຊາກອນຂ້ອນຂ້າງໜາແໜ້ນພໍສົມຄວນ,​ ປະຈຸບັນມຽນມານຳໃຊ້ ສະກຸນເງີນ kyat ແລະ ມີອັດຕາແລກປ່ຽນ 1$=1, 400 Kyat ມື້ທີ 1, ວັນທີ 01-12-2017 ການເດີນທາງຄັ້ງນີ້ແມ່ນນຳໃຊ້ສາຍການບິນນົກແອ ຈາກອຸດອນທານີ -​ກຸງເທບ ແລະ ໄທໄລອອນແອ ຈາກກຸງເທບ-ຢ່າງກຸ້ງ ເມື່ອມາຮອດສະໝາມບິນແລ້ວທຳອິດ ກ່ອນຈະເຂົ້າເມືອງເພີ່ນກໍ່ຕ້ອງປະຕິບັດຕາມທຳນຽມ ຄືການຂຽນຟອມແຈ້ງຄົນເຂົ້າເມືອງກ່ອນ ພ້ອມທັງແຈ້ງໃນກຳກັບພາສີ ຫຼັງຈາກນັ້ນກໍ່ຖືວ່າສຳເລັດ...