Posts

Showing posts from December, 2017

Review ສາຍການບິນ ໄທ ໄລອອນແອ (Thai Lion Air)

Image
Review ສາຍການບິນ ໄທ ໄລອອນແອ ( Thai Lion Air) ສາຍການບິນ ໄທ ໄລອອນ ແອ ເປັນສາຍການບິນລາຄາປະຢັດ (Low cost Airlines) ທີ່ມີສາຍການບິນຫຼັກມາຈາກ ສາຍການບິນ ໄລອອນ ແອ ທີ່ເລີ່ມສ້າງຕັ້ງຂື້ນໃນປີ 1999 ແລະມີຖານການຂົນສົ່ງຫຼັກຢູ່ທີ່ປະເທດອິນໂດເນເຊຍ ປະຈຸບັນ ໄທໄລອອນແອ ມີສູນກາງການຂົນສົ່ງທີ່ ສະໝາມບິນດອນເມືອງ, ກຸງເທບ ແລະ ມີເສັ້ນທາງບິນພາຍໃນປະເທດ ຈຳນວນ 12 ຕົວເມືອງ ແລະ ບິນໃນຂົງເຂດອາຊີ, ຕະເວັນອອກກາງ ແລະ ອົດສະຕາລີ ລວມທັງໜົດ ຫຼາຍກວ່າ 30 ແຫ່ງ. ສາຍການບິນນີ້ ອະນຸຍາດໃຫ້ຜູ້ໂດຍການນຳເອົາປະເປົາເດີນທາງໄປນຳ ຈຳນວນ 10 ກິໂລ ສຳລັບເສັ້ນທາງພາຍໃນປະເທດ ທີ່ອອກປີ້ຫຼັງ ວັນທີ 1/12/2017 ກ່ອນນັ້ນແມ່ນຈະໄດ້ຮັບນໍ້າໜັກ ຟີ 15kg   ແ ລະ 20kg  ສຳລັບເສັ້ນທາງຕ່າງປະເທດ ພ້ອມທັງກະເປົາເຄື່ອງຫິ້ວຂື້ນຍົນຕື່ມອີກຄົນລະ 7kg ແລະ ອຸປະກອນການກິລາອີກ 15kg ຟີ ຖ້າກາຍຈາກນັ້ນ ແມ່ນຈຳເປັນຕ້ອງຈ່າຍເງີນເພີ່ມອີງຕາມນໍ້າໜັກຕົວຈີງ. ຂໍ້ມູນນນໍ້າໜັກກະເປົາ ຜູ້ໂດຍສານສາມາດແຈ້ງປີ້ ອອນລາຍດ້ວຍຕົນເອງໄດ້ຜ່ານ Web Check in ຫຼື ຜ່ານມືຖື ກ່ອນເວລາເດີນທາງ 24h ຈົນຮອດເວລາ 4h ກ່ອນເດິນທາງ ຖ້າຫາກມີກະເປົາທີ່ຈະເປັນກະເປົາຝາກລົງກ້ອງຍົນກະຄວນໄປເຖີງສະໝາມບິນກ່ອນປະມານ 1...