5 ເທັກນິກ ສຳລັບຄົນງົບໜ້ອຍ ແຕ່ຢາກທ່ຽວຕ່າງປະເທດ
5 ເທັກນິກ ສຳລັບຄົນງົບໜ້ອຍ ແຕ່ຢາກທ່ຽວຕ່າງປະເທດ 1. ປີ້ຍົນ ຊອກຫາປີ້ຍົນລາຄາຖືກໄວ້ກ່ອນລ່ວງໜ້າໂດຍສະເພາະແມ່ນ ສາຍການບິນລາຄາປະຢັດ ( Low cost airline) ເຊັ່ນ: ແອ ເອເຊຍ ( Air Asia), ໄລອອນແອ( Lion Air) ແລະ ອື່ນໆ ຕົວຢ່າງ ໃນຮູບລຸ່ມນີ້ 2. ທີ່ພັກ ທີ່ພັກສ່ວນຫຼາຍມີຫຼາຍລະດັບ ສະນັ້ນ , ການໄປທ່ຽວແບບປະຢັດງົບທີ່ສຸດຄຶ ເລືອກທີ່ພັກທີ່ບໍ່ແພງຫຼາຍ ແລະ ຢູ່ໃຈກາງເມຶືອງທີ່ບໍ່ໄກຈາກບ່ອນກິນ ຫຼື ສະຖານທີທ່ອງທ່ຽວ ເພື່ອຄວາມສະດວກ ແລະ ສາມາດຍ່າງໄປເອງໄດ້ , ບາງຄັ້ງອາດຈະເລືອກເປັນທີ່ພັກປະເພດ Hostel ທີ່ອາດຈະເປັນຕຽງ 2 ຊັ້ນ ຫຼື Capsule ທີ່ສາມາດພັກນຳກັນຫຼາຍຄົນໃນຫ້ອງດຽວກັນໄດ້ ແຕ່ ທີ່ພັກແບບນີ້ສ່ວນຫຼາຍເພີ່ນຈະຄິດໄລ່ເປັນລາຍບຸກຄົນ ບໍ່ໄດ້ຄີິດໄລ່ເປັນຫ້ອງ. 3. ອາຫານ ອາຫານບໍ່ຈຳເປັນຕ້ອງແມ່ນອາຫານລະດັບຮ້ານອາຫານຈື່ງຈະແຊບ ບາງຄັ້ງອາຫານທີ່ຂາຍຕາມແຄມທາງກໍ່ແຊບພໍທີ່ຈະເຮັດໃຫ້ເຮົາມ່ວນຊື່ນກັບການກິນ ແລະ ເຂົ້າເຖິງວີຖີການດຳລົງຊີວິດຂອງສະຖານທີນັ້ນໆ ສະນັ້ນ , ອາຫານອາດຈະກິນອາຫານແຄມທາງ ບາງຄາບກໍ່ສະຫຼັບໄປກິິນອາຫານໃນຮ້ານອາຫານກໍ່ໄດ້. 4. ການເດີນທາງ ນຳໃຊ້ລົດສາທາລະນະ ເຊັ່ນ: ລົດເມ , ລົດໄຟຟ້າໃຕ້ດິນ ແລະ ອື່ນໆ ຫຼີກລ່ຽງການນຳໃຊ້ລົດແທັກຊີ...