ມຽນມ່າ ໃຜກໍ່ໄປໄດ້ 4 ວັນ 3 ຄືນ, ງົບຕໍ່າກວ່າ 300$
![Image](https://blogger.googleusercontent.com/img/b/R29vZ2xl/AVvXsEjXdunAT9TaVoAtT6GBu4e2b0wh228wJTnsJ_Z8Rl6zpzsicNej1917XOg45Vk5MxDCCj73nyHQYvTiM3qJAlA8hY46zI2ZUECZDQZriKtOar_JyI_7SrKJqGYNjsL4XnziAjvY5_1GW00/s320/2018-10-04_20-33-20.png)
ມຽນມ່າ ໃຜກໍ່ໄປໄດ້ 4 ວັນ 3 ຄືນ, ງົບຕໍ່າກວ່າ 300$ ແຜນການເດີນທາງ 3 ເມືອງຫຼັກ 1) ຢ່າງກຸ້ງ, 2) ບາໂກ ແລະ 3) ໄຈທີໂຍ ມື້ທີ 1 ເດີນທາງ ແລະ ເຂົ້າທີ່ພັກ ມື້ທີ 2 ໄຈທີໂຢ (Kyaiktiyo Pagoda ຫຼື Golden Rock) ແລະ ເມືອງ ບາໂກ (Bago) ມື້ທີ 3 ວັດໂບຕາທາວ (Botahtaung Pagoda) , Baungdawgyoke Pagoda, Chaukhtatgyi Buddha, ພະທາດຊະເວດາກອງ Shwedagon Pagoda ມື້ທີ 4 ເດີນທາງກັບ ຢ້າງກຸ້ງເປັນນະຄອນຫລວງເກົ່າຂອງມຽນມາ ແວະເປັນເມືອງທີ່ນັກທ່ອງທ່ຽວມັກເມືອງເລີ່ມຕົ້ນຂອງການທ່ອງທ່ຽວມຽນມາເພາະມີສາຍການບິນຫລາຍສາຍມາລົງເມືອງນີ້ ແລະ ຍັງເປັນເມືອງທີ່ມີສະຖານທ່ອງທ່ຽວທາງວັດທະນະທຳຫລາຍແຫ່ງ ແລະ ມີປະຊາກອນຂ້ອນຂ້າງໜາແໜ້ນພໍສົມຄວນ, ປະຈຸບັນມຽນມານຳໃຊ້ ສະກຸນເງີນ kyat ແລະ ມີອັດຕາແລກປ່ຽນ 1$=1, 400 Kyat ມື້ທີ 1, ວັນທີ 01-12-2017 ການເດີນທາງຄັ້ງນີ້ແມ່ນນຳໃຊ້ສາຍການບິນນົກແອ ຈາກອຸດອນທານີ -ກຸງເທບ ແລະ ໄທໄລອອນແອ ຈາກກຸງເທບ-ຢ່າງກຸ້ງ ເມື່ອມາຮອດສະໝາມບິນແລ້ວທຳອິດ ກ່ອນຈະເຂົ້າເມືອງເພີ່ນກໍ່ຕ້ອງປະຕິບັດຕາມທຳນຽມ ຄືການຂຽນຟອມແຈ້ງຄົນເຂົ້າເມືອງກ່ອນ ພ້ອມທັງແຈ້ງໃນກຳກັບພາສີ ຫຼັງຈາກນັ້ນກໍ່ຖືວ່າສຳເລັດ...