ຣີວິວ ຫ້ອງພັກ ສະຫວັນ ຣີສອດ (Savan Resort Review)
ຣີວິວ ຫ້ອງພັກ ສະຫວັນ ຣີສອດ (Savan Resort Review) Disclosure: ຂໍ້ມູນນີ້ມາຈາກປະສົບການເຂົ້າພັກຕົວຈີງ ແລະ ເພື່ອເປັນຂໍ້ມູນໃຫ້ແກ່ນັກເດີນທາງ ຊີ່ງບໍ່ໄດ້ກ່ຽວຂ້ອງ ຫຼື ການສະນັບສະໜູນໃດໆຈາກໂຮງແຮມ ຂໍ້ມູນການເຂົ້າພັກ ເຂົ້າພັກວັນທີ: 16-18 ພຶດສະພາ 2018 ຫ້ອງ: 508 ປະເພດ: Standard Deluxe ເປັນທີ່ພັກທີ່ມີ ຄາຊິໂນ ຢູ່ຊັ້ນລຸ່ມ ແລະ ຫ້ອງພັກຢູ່ຊັ້ນທີ 2 ແລະ ຊັ້ນທິ 3 ສ່ວນຫ້ອງຄາຊິໂນ ແມ່ນເປັນຫ້ອງໂຖງໂລ່ງຮອດຊັ້ນ 2-3 ສ່ວນການອອກແບບແມ່ນ ນຳໃຊ້ ຮູບຊ້າງເປັນສັນຍາລັກ ແລະ ໃຫ້ບໍລິການ ຄາຊິໂນ ແລະ ຫ້ອງພັກ ຕະຫຼອດ 24 ຊົ່ວໂມງ. ຂອງແຖມຂອງການພັກທີ່ໂຮງແຮມນີ້ຄືການໄດ້ເຫັນບັນຍາກາດ ຂອງຄົນທີ່ມາໃຊ້ບໍລິການ Casino! ສີ່ງອຳນວຍຄວາມສະດວກ: Free Wifi: ຄວາມໄວພໍໃຊ້ໄດ້ Free ອາຫານເຊົ້າ: ອາຫານເຊົ້າກໍ່ຈະເປັນແບບ ອາຫານສາກົນ(ກາເຟ, ເຂົ້າຈີ່, ເນຍ) ແລະ ອາຫານທົ່ວໄປ ເຊັ່ນ: ເຝີ, ໝີ່, ເຂົ້າ, ຂົ້ວຜັກ ສະປາ Gym ( ມື້ທີ່ໄປ ແມ່ນກຳລັງປັບປຸງ) ຮ້ານອາຫານ ມີລົດຮັບສົ່ງ ຈາກສະໝາມບິນ ແລະ ຂົວມິດຕະພາບ...